Skip to main content

page search

Library ຂັ້ນຕອນການລົງທຶນ ແລະ ຂະບວນການ ເພື່ອຮັບປະກັນ ການລົງທຶນໃນຂະແໜງກະ ສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ

ຂັ້ນຕອນການລົງທຶນ ແລະ ຂະບວນການ ເພື່ອຮັບປະກັນ ການລົງທຶນໃນຂະແໜງກະ ສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ

ຂັ້ນຕອນການລົງທຶນ ແລະ ຂະບວນການ ເພື່ອຮັບປະກັນ ການລົງທຶນໃນຂະແໜງກະ ສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ
RGIL Laos Investors Guide ESS

Resource information

Date of publication
May 2023
Resource Language
Pages
35

ລັດຖະບານຢູ່ປະເທດກຳລັງພັດທະນາ ລວມທັງສປປ ລາວ ໄດ້ສົ່ງເສີມການລົງທຶນໃນຂົງເຂດທີ່ດິນໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອເປັນວິທີການໜຶ່ງ ໃນການຮັບມືກັບ ການຂະຫຍາຍຕົວຂອງປະຊາກອນໂລກ ແລະ ການເພີ່ມຂຶ້ນຂອງລາຄາອາຫານ ໂລກ. ຖ້າດຳເນີນຢ່າງມີຄວາມຮັບຜິດຊອບ, ການລົງທຶນເຫຼົ່ານີ້ສາມາດເປັນເຄື່ອງມືຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ. ການລົງທຶນເຫຼົ່ານີ້ ບໍ່ພຽງແຕ່ສ້າງລາຍຮັບ ແລະ ເພີ່ມລາຍຮັບແຫ່ງຊາດເທົ່ານັ້ນ ແຕ່ມັນຍັງປະກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາຊົນນະບົດ ດ້ວຍການສ້າງໂອກາດການຈ້າງງານ, ປັບປຸງພື້ນຖານໂຄງລ່າງ ແລະ ການເຂົ້າເຖິງຕະຫຼາດ. ແຕ່ຖ້າຫາກ ບໍ່ມີການຄຸ້ມຄອງທີ່ເໝາະສົມ, ການລົງທຶນໃນຂົງເຂດທີ່ດິນໃນຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຜົນກະທົບທາງ ດ້ານລົບຕໍ່ກັບສິ່ງແວດລ້ອມທາງທຳມະຊາດ ແລະ ຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ. ຖ້າຫາກການດຳເນີນທຸລະກິດທີ່ ບໍ່ມີຄວາມຮັບຜິດຊອບ ນັ້ນໝາຍວ່າ ນັກລົງທຶນບໍ່ພຽງແຕ່ລະເມີດລະບຽບການແຫ່ງຊາດເທົ່ານັ້ນ ແຕ່ມັນຍັງເປັນການລະເມີດ ມາດຕະຖານ ແລະ ຂໍ້ແນະນຳຂອງສາກົນ ຊຶ່ງຢູ່ ສປປ ລາວ ກໍ່ເກີດມີສະພາບການດັ່ງກ່າວເຊັ່ນກັນ.

Share on RLBI navigator
NO